JILGYUNGYI BRAND STORY
ເລື່ອງລາວຈຸດເລີ່ມຕົ້ນຂອງແບຣນ ຈິລຢ໋ອງ JILGYUNGYI
ເລື່ອງລາວສຸດພິເສດທີ່ຢູ່ເບື້ອງຫຼັງຂອງ ແບຣນຈິລຢ໋ອງ ( JILGYUNGYI ) ຜູ້ກໍ່ຕັ້ງແບຣນ ຊື່ ຊອຍ ວອນ ຊ໋ອກ (Choi won Seog) ແຕ່ກ່ອນລາວເປັນເຈົ້າຂອງທຸລະກິດນ້ຳດື່ມນ້ອຍໆແຫ່ງໜື່ງ ຊື່ງໄດ້ແຮງບັນດານໃຈຈາກພັນລະຍາຂອງລາວທີ່ທໍລະມານ ຈາກການຕິດເຊື້ອບໍລິເວນຊ່ອງຄອດມາຕະຫຼອດໃນຊ່ວງໄລຍະທີ່ຜ່ານ ຊຶ່ງປັດຈຸບັນໄດ້ກາຍມາເປັນຜູ້ບໍລິຫານຂອງບໍລິສັດ ຈິລຢ໋ອງ JILGYUNGYI ຈຳກັດ ແລະ ບໍລິສັດ JILGYUNGYI ກໍ່ກາຍມາເປັນບໍລິສັດ ມະຫາຊົນ ໄປແລ້ວ
ໃນປີ 2006 ຂະນະທີ່ຂ້ອຍກຳລັງເຮັດທຸລະກິດກ່ຽວກັບນ້ຳດື່ມ ຂ້ອຍທຸ້ມເທເວລາທັງໝົດໃຫ້ກັບວຽກງານ ຈົນບໍ່ມີເວລາໃຫ້ກັບຄອບຄົວ ຂ້ອຍອອກໄປເຮັດວຽກຕັ້ງແຕ່ເຊົ້າ ແລະ ກັບມາຮອດບ້ານຈົນເດິກທຸກມື້ ຂ້ອຍເກືອຍຈະບໍ່ຄ່ອຍມີຄວາມສຳພັນໃກ້ສິດກັບພັນລະຍາເລີຍ ຕອນແລງມື້ໜຶ່ງຂ້ອຍພະຍາຍາມຈະມີຄວາມສຳພັນກັບລາວ ແຕ່ລາວປະຕິເສດຂ້ອຍ ຄືນນັ້ນເອງຂ້ອຍຈື່ງໄດ້ຮູ້ວ່າພັນລະຍາຂອງຂ້ອຍກຳລັງທໍລະມານຈາກການຕິດເຊື້ອບໍລິເວນຊ່ອງຄອດ
ຜ່ານມາ ຂ້ອຍຫຍຸ້ງຢູ່ກັບວຽກຕະຫຼອດ ແລະ ເກືອບຈະບໍ່ມີເວລາຢູ່ທີ່ບ້ານ ເລີຍບໍ່ຮູ້ ແລະ ເຂົ້າໃຈວ່າມັນເປັນຄວາມເຈັບປວດທໍລະມານແບບໃດທີ່ພັນລະຍາຂ້ອຍກຳລັງປະເຊີນຢູ່ໃນຕອນນັ້ນ ຖາມລາວແລ້ວ ລາວກໍ່ບອກວ່າລາວພະຍາຍາມໃຊ້ນ້ຳຢາທຳຄວາມສະອາດຊ່ອງຄອດ ທຸກຊະນິດແລ້ວ ແລະ ກີນຢາຕາມຄຳສັ່ງແພດເພື່ອຮັກສາອາການຕິດເຊື້ອ ແຕ່ເຖີງຢ່າງໃດກໍ່ຕາມຢາພວກນັ້ນກໍ່ບໍ່ໄດ້ຊ່ວຍ ແລະ ປ້ອງກັນການຕິດເຊື້ອໄດ້ ຍັງມີອາການຄັນ, ລົງຂາວ ແລະ ມີກິ່ນອັນບໍ່ພຶງປະສົງ ທີ່ເຮັດໃຫ້ລາວລຳຄານ ແລະ ທໍລະມານມາຕະຫຼອດ ຈົນບໍ່ສາມາດນອນຫຼັບສະນິດໄດ້ໃນແຕ່ລະຄືນ ເມື່ຶອລາວຄິດຮອດເວລາທີ່ຈະໃກ້ຊິດກັບຂ້ອຍ ມັນເຮັດໃຫ້ລາວຕຶງຄຽດ ແລະ ຍິ່ງຄຽດເຂົ້າໄປຕື່ມອີກເມື່ອອາການຂອງລາວຍັງເປັນໆແບບເຊົາໆ, ຫາຍໆ ຕິດຕໍ່ກັນຫຼາຍໆມື້ ໃນທີ່ສຸດຂ້ອຍກໍ່ຕັດສິນໃຈວ່າມັນຮອດເວລາແລ້ວທີ່ຂ້ອຍຈະເຮັດຫຍັງຈັກຢ່າງເພື່ອຊ່ວຍພັນລະຍາຂອງຂ້ອຍລະ
ຂ້ອຍເລິ່ມລົມກັບຜູ້ຊ່ຽວຊານຊີວະເຄມີທີ່ຂ້ອຍເຮັດວຽກນຳ ແລະ ໂນ້ມນ້າວໃຫ້ພວກເຂົາຊ່ວຍຂ້ອຍໃນການພັດທະນານ້ຳຢາທຳຄວາມສະອາດຊ່ອງຄອດຊະນິດໃໝ່ ແຕ່ມີອຸປະສັກຫຼາຍຢ່າງໃນຊ່ວງທີ່ພັດທະນານ້ຳຢາທຳຄວາມສະອາດບບໍ່ສຳເລັດຈັກເທື່ອ ຈົນກະທັ່ງຂ້ອຍໄດ້ຮຽນຮູ້ຈາກພັນລະຍາຂອງຂ້ອຍວ່າ
ຊ່ອງຄອດຂອງຜູ້ຍິງສາມາດສ້າງຈຸລີນຊີດີຂຶ້ນມາໃນໂຕມັນເອງເພື່ອຮັກສາຄວາມສະອາດຕາມທຳມະຊາດໂດຍຮ່າງກາຍຂອງມະນຸດເຮົາ ການໃຊ້ນຳ້ຢາເຄມີທຳຄວາມສະອາດລ້າງຊ່ອງຄອດ ຫຼື ການໃຊ້ຢາຕ້ານເຊື້ອສາມາດທຳລາຍຄວາມສົມດຸນຂອງແບັກທີເຣຍຕາມທຳມະຊາດໄດ້ ເພາະມັນຂ້າແບັກທີເຣຍທີ່ດີອອກໄປ ສິ່ງນີ້ໄດ້ຈຸດເລີ່ມຕົ້ນຄວາມຄິດຂ້ອຍ ຂ້ອຍໄດ້ພາທີມນັກຊີວະວິທະຍາສາດ ໄດ້ເລີ່ມລົງມືພັດທະນານ້ຳຢາທຳຄວາມສະອາດຊ່ອງຄອດລະບົບຈຸລີນຊີດີຂື້ນມາ ຊື່ງເປັນແນວຄິດໃໝ່ທັ້ງໝົດ
ສາມປີຕໍ່ມາຂ້ອຍເຄີຍຈືໄດ້ດີໃນຊ່ວງເວລາທີ່ຂ້ອຍສົ່ງຕົວຢ່າງໃຫ້ທາງຄຼີນິກທົດສອບຄັ້ງທຳອິດກັບພັນລະຍາຂ້ອຍ ໝໍເວົ້າວ່າ “ເຈົ້າແນ່ໃຈບໍ່ວ່າມັນຈະປອດໄພ” ລາວຖາມດ້ວຍນ້ຳສຽງທີ່ບໍ່ເຊື່ອ “ລອງເບິ່ງໂລດຂ້ອຍໝັ່ນໃຈ” ຂ້ອຍຕອບພ້ອມກັບຍິ້ມໃຫ້ລາວ
ໃຊ້ໄດ້ພຽງແຕ່ 3 ວັນອາການຄັນ, ກິ່ນອັນບໍ່ເພີ່ງປະສົງ, ອາການລົງຂາວ ຂອງລາວກໍ່ລົດລົງຫຼາຍຫຼັງຈາກນັ້ນພວກເຮົາຈື່ງໄດ້ເຮັດການທົດສອບກັບທາງຄຼີນິກຢ່າງຕໍ່ເນື່ອງ ໂດຍມີອາສາສະໝັກຫຼາຍກວ່າ 100
ຄົນ ແລະ ປະກົດວ່າກໍ່ໄດ້ຜົນເໝືອນກັນໝົດທຸກຄົນ
ເຮັດໃຫ້ທີມທົດສອບມີຄວາມສຸກ ພ້ອມໃບໜ້າທີ່ຍິ້ມແຍ້ມ. ການເຮັດວຽກໜັກຂອງຂ້ອຍມັນເຮັດໃຫ້ຂ້ອຍມີຄວາມສຸກ ແລະ ພາກພຸມໃຈຫຼາຍ ມັນຄຸ້ມຄ່າທີ່ສຸດ. ເຖີງຂ້ອຍຈະຫຍຸ້ງວຽກ ແລະ ເຮັດໜັກຫຼາຍປານໃດກໍ່ຕາມ ແຕ່ຂ້ອຍມີຄວາມສຸກຫຼາຍທີ່ຂ້ອຍສາມາດແກ້ໄຂບັນຫາໃຫ້ພັນລະຍາຂອງຂ້ອຍ ແລະ ຜູ້ຍີງທຸກຄົນເລື່ອງທໍລະມານກັບການຕິດເຊື້ອໃນຊ່ອງຄອດນີ້ໄດ້ ຂ້ອຍເລີກເຮັດທຸລະກິດນ້ຳດື່ມ ແລະ ຕອນນີ້ຂ້ອຍທຸ້ມເທຢ່າງເຕັມທີ່ໃຫ້ກັບ ຈິລຢ໋ອງ JILGYUNGYI ຊຶ່ງສາມາດສ້າງຄວາມໝັ້ນໃຈ ແລະ ຮອຍຍິ້ມຂອງພັນລະຍາຂ້ອຍ ແລະ ຜູ້ຍິງທຸກຄົນກັບຄືນມາ
ຂ້ອຍຫວັງວ່າຜູ້ຍິງທົ່ວໂລກຈະສາມາດໄດ້ສຳຜັດກັບໂອກາດ ແລະ ຜົນລັບຢ່າງທີ່ພັນລະຍາຂອງຂ້ອຍໄດ້ຮັບມາ
PATENT 01
Composition to prevent and cure vaginitis

PATENT 02
Madical composition to prevent and vaginal relaxation and dryness
PATENT 03
A composition composing lactic acid bacteria for protecting and treating vaginosis disease and the use thereof